ຣັດເຊຍ ຈະເສີມຂະຫຍາຍກຳລັງປ້ອງກັນຊາດ ຢູ່ເຂດຊາຍແດນທາງທິດຕາເວັນຕົກສຽງເໜືອ
ສຳນັກຂ່າວຫວຽດນາມ ລາຍງານໃນວັນທີ 15 ມີນາ 2024 ນີ້ວ່າ: ໃນຂະທີ່ໃຫ້ສຳພາດຕໍ່ສື່ມວນຊົນຣັດເຊຍ, ທ່ານ ວະລະເມຍ
ປູຕິນ (Vladimir Putin) ປະທານາທິບໍດີຣັດເຊຍ ໄດ້ກ່າວວ່າ: ຣັດເຊຍ ຈະເສີມຂະຫຍາຍກອງທັບ ແລະ ກຳລັງປ້ອງກັນໄປເຂດໃກ້
ຊາຍແດນທີ່ຕິດກັບ ແຟງລັງ ແລະ ຊູແອັດ, ເຊິ່ງເປັນສອງປະເທດທີ່ຫາກໍ່ເຂົ້າເປັນສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (ນາ
ໂຕ). ກ່ອນໜ້ານັ້ນ, ໃນທ້າຍເດືອນ ຕຸລາ 2023, ການນຳຣັດເຊຍ ໄດ້ເຊັນລັດຖະບັນຍັດສ້າງຕັ້ງເຂດການທະຫານ ມົດສະກູ ແລະ ເຂດ
ການທະຫານ ເລນິນກຣາດ ເພື່ອປັບປຸງບັນດາກຳລັງກອງທັບ ຢູ່ທາງທິດຕາເວັນຕົກສຽງເໜືອຂອງຣັດເຊຍ ເມື່່ອນາໂຕເປີດກວ້າງອອກສູ່
ທາງທິດເໜືອຂອງປະເທດ.
ໃນວັນທີ 11 ມີນາ 2024 ທີ່ຜ່ານມາ, ຊູແອັດ ໄດ້ກາຍເປັນສະມາຊິກອັນດັບທີ 32 ຂອງ ນາໂຕ, ເປັນການຢຸດຕິນະໂຍບາຍ ບໍ່ມີ
ການຮ່ວມສຳພັນດ້ານການທະຫານທີ່ ສະຕັອກໂຮມ (Stokholm) ປະຕິບັດມາແຕ່ດົນນານ. ແຟງລັງ ກໍ່ເຂົ້າຮ່ວມອົງການດັ່ງກ່າວ ນັບ
ແຕ່ປີ 2023. ຊູແອັດ ແລະ ແຟງລັງ ເຄີຍເປັນປະເທດເຂດກາງກັ້ນລະຫວ່າງ ຣັດເຊຍ ແລະ ນາໂຕ, ການທີ່ສອງປະເທດດັ່ງກ່າວເຂົ້າ
ຮ່ວມກຸ່ມພັນທະມິດການທະຫານນາໂຕ ກໍ່ໝາຍຄວາມວ່າ ຣັດເຊຍ ມີຊາຍແດນໂດຍກົງກັບກຸ່ມດັ່ງກ່າວ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/03/2024